4. ຂໍ້ກຳນົດ ແລະ ເງື່ອນໄຂການໃຊ້ບໍລິການ Source of funds ໃນແອັບພີເຄຊັ່ນ. 4.1 ຜູ້ໃຊ້ບໍລິການຈະຕ້ອງມີບັນຊີ EPS wallet ກອນເຖິງຈະສາມາດເຊື່ອມ Source of funds ໃດໆເຂົ້າກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການໄດ້ບໍລິສັດຂໍສະຫງວນສິດໃນການໃຫ້ບໍລິການສະເພາະ source of funds ທີ່ທາງ ບໍລິສັດເປີດໃຫ້ບໍລິການໃຫ້ເຊື່ອມຕໍ່ກັບບັນຊີ EPS wallet ເທົ່ານັ້ນ.
4.2 ຜູ້ໃຊ້ບໍລິການຕົກລົງ ແລະ ຮັບຮູ້ວ່າເມື່ອຜູ້ໃຊ້ບໍລິການເຊື່ອມ source of funds ໃດເຂົ້າກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການຮຽບຮ້ອຍແລ້ວບໍລິສັດອາດມີຄວາມຈຳເປັນທີ່ຈະຕ້ອງເຂົ້າເຖິງຂໍ້ມູນຂອງ source of funds ນັ້ນ ຂອງຜູ້ໃຊ້ບໍລິການເພື່ອໃຫ້ສະແດງຂໍ້ມູນ source of funds ດັ່ງກ່າວຢູ່ໜ້າແອັບພີເຄຊັ່ນໃນອຸປະກອນຂອງຜູ້ໃຊ້ບໍລິ ການ ຫຼື ໃນຊ່ອງທາງອື່ນໃດກໍຕາມທີ່ບໍລິສັດກຳນົດທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການໃນການໃຊ້ ບໍລິການ source of funds ດັ່ງກ່າວຕາມເງື່ອນໄຂການໃຫ້ບໍລິການນີ້ເມື່ອຜູ້ໃຊ້ບໍລິການເຊື່ອມ source of funds ໃດເຂົ້າກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການຮຽບຮ້ອຍແລ້ວບໍລິສັດຈະທຳການເພີ່ມ source of funds ທີ່ຜູ້ໃຊ້ບໍລິການໄດ້ມີການເຊື່ອມໃໝ່ເຂົ້າໄປໃນລຳດັບການຊຳລະເງິນໃຫ້ໂດຍອັດຕະໂນມັດ.
4.3 ບໍລິສັດຂໍສະຫງວນສິດຈຳກັດຈຳນວນບັນຊີຂອງ Source of funds ທີ່ຜູ້ໃຊ້ບໍລິການສາມາດໃຊ້ເຊື່ອມເຂົ້າກັບ ບັນຊີ EPS wallet ຂອງຜູ້ໃຊ້ບໍລິການໄດ້ດັ່ງນີ້:
- ຜູກບັດເຄດິດ, ບັດເດບິດ ໄດ້ບໍ່ເກີນ 3 (ສາມ) ໃບຕໍ່ 1 (ໜຶ່ງ)ບັນຊີ EPS wallet.
- ຜູ້ບັນຊີທະນາຄານໄດ້ບໍ່ເກີນ 5 (ຫ້າ) ບັນຊີທະນາຄານຕໍ່ 1 (ໜຶ່ງ) ບັນຊີ EPS wallet.
ທັງນີ້ບໍລິສັດອາດປ່ຽນແປງການຈຳກັດຈຳນວນບັນຊີຂອງ Source of funds ທີ່ຜູ້ໃຊ້ບໍລິການສາມາດໃຊ້ ເຊື່ອມກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການໄດ້ໂດຍຈະແຈ້ງໃຫ້ຜູ້ໃຊ້ບໍລິການຮັບຮູ້ລ່ວງໜ້າ.
4.4 ຜູ້ໃຊ້ບໍລິການບໍ່ມີໜ້າທີ່ໃນການຊຳລະຄ່າທຳນຽມໃນການໃຊ້ source of funds ໃດໆນອກຈາກການໃຊ້ ແອັບພີເຄຊັ່ນເພື່ອໃຊ້ຊຳລະຄ່າສິນຄ້າ ແລະ / ຫຼື ບໍລິການຢ່າງໃດກໍຕາມໃນການເລີ່ມໃຊ້ບໍລິການສຳລັບບາງ source of funds ບັດເຄດິດ, ບັດເຄດິດ ເປັນຕົ້ນບໍລິສັດອາດເຮັດການທົດລອງຕັດເງິນຈາກ source of funds ດັ່ງກ່າວ ຂອງຜູ້ໃຊ້ບໍລິການເພື່ອເປັນການຢືນຢັນຕົວຕົນ ແລະ ຈະເຮັດການສົ່ງເງິນຄືນໃຫ້ແກ່ຜູ້ໃຊ້ບໍລິການທັນທີໂດຍຜູ້ໃຊ້ບໍລິ ການບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆໝົດ.
4.5 ເມື່ອຜູ້ໃຊ້ບໍລິການເຊື່ອມ source of funds ໄດ້ເຂົ້າກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການຮຽບຮ້ອຍແລ້ວ ຫາກຜູ້ໃຊ້ບໍລິການເຮັດທຸລະກຳຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການຜ່ານບັນຊີ EPS wallet ຂອງຜູ້ໃຊ້ບໍລິການດ້ວຍ source of funds ດັ່ງກ່າວຜູ້ໃຊ້ບໍລິການຕົກລົງໃຫ້ບໍລິສັດເຮັດການຕັດເງິນຈາກ Source of funds ດັ່ງກ່າວຂອງ ຜູ້ໃຊ້ບໍລິການທີ່ເຊື່ອມກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການເພື່ອນຳໄປຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການແກ່ຜູ້ຂາຍ ແລະ/ຫຼື ຜູ້ໃຫ້ບໍລິການ.
4.6 ຜູ້ໃຊ້ບໍລິການສາມາດເຮັດທຸລະກຳການເງິນດ້ວຍ source of funds ແຕ່ລະປະເພດໄດ້ພຽງສະເພາະບາງທຸລະກຳ ທີ່ບໍລິສັດກຳນົດເທົ່ານັ້ນ ແລະ ຜູ້ໃຊ້ບໍລິການສາມາດຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການດ້ວຍ source of funds ແຕ່ລະປະເພດໄດ້ພຽງສະເພາະສິນຄ້າ ແລະ/ຫຼື ບໍລິການຂອງຜູ້ຂາຍ ແລະ/ຫຼື ຜູ້ໃຫ້ບໍລິການບາງເຈົ້າທີ່ບໍລິສັດກຳນົດ ເທົ່ານັ້ນທັງນີ້ source of funds ປະເພດບັດເຄດິດ, ບັດເດບິດບໍລິສັດຈະບໍ່ອະນຸຍາດໃຫ້ເຮັດທຸລະກຳດັ່ງຕໍ່ໄປນີ້:
- ການຊຳລະນີ້ບັດເຄດິດ.
- ການໂອນເງິນໃຫ້ແກ່ບັນຊີ EPS wallet ອື່ນລະຫວ່າງບຸກຄົນ (peer to peer).
ທັງນີບໍລິສັດຂໍສະຫງວນສິດໃນການປ່ຽນແປງປະເພດຂອງທຸລະກຳລວມເຖິງສິນຄ້າ ແລະ / ຫຼື ບໍລິການທີ່ສາ ມາດເຮັດທຸລະກຳຊຳລະດ້ວຍ source of funds ປະເພດຕ່າງໆໄດ້ໃນອະນາຄົດ.
ນອກຈາກນີ້ໃນກໍລະນີທີ່ຜູ້ໃຊ້ບໍລິການເຮັດທຸລະກຳໂອນເງິນໃຫ້ແກ່ບັນຊີ EPS wallet ອື່ນລະຫວ່າງບຸກຄົນ (peer to peer) ໂດຍໃຊ້ source of funds ປະເພດບັນຊີທະນາຄານທີ່ຜູ້ໃຊ້ບໍລິການເຊື່ອມໄວ້ກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການ. ຜູ້ໃຊ້ບໍລິການຕົກລົງໃຫ້ບໍລິສັດຮັບເງິນຈາກບັນຊີທະນາຄານດັ່ງກ່າວ ແລະ ເຕີມເງິນເຂົ້າກະ ເປົ໋າເງິນຂອງຜູ້ໃຊ້ບໍລິການກ່ອນ. ຫຼັງຈາກນັ້ນບໍລິສັດຈະດຳເນີນການໂອນເງິນໃຫ້ແກ່ບັນຊີ EPS wallet ອື່ນຕາມ ທີ່ຜູ້ໃຊ້ບໍລິການກຳນົດທັງນີ້ຜູ້ໃຊ້ບໍລິການຕົກລົງຊຳລະຄ່າທຳນຽມການໃຊ້ບໍລິການເຕີມເງິນຕາມອັດຕາທີ່ບໍລິສັດກຳນົດ ສາມາດກວດສອບຄ່າທຳນຽມໄດ້ທີ່ແອັບພີເຄຊັ່ນ EPS wallet.
4.7 ການຍົກເລີກການເຮັດລາຍການ ແລະ ການສົ່ງເງິນຄືນ.
4.7.1 ໃນກໍລະນີທີ່ຜູ້ໃຊ້ບໍລິການຕ້ອງການຍົກເລີກການເຮັດທຸລະກຳຊຳລະສິນຄ້າ ແລະ/ຫຼື ບໍລິການຜູ້ໃຊ້ບໍລິການ ຕ້ອງແຈ້ງຍົກເລີກການເຮັດທຸລະກຳກັບທາງຜູ້ຂາຍ ແລະ/ຫຼື ຜູ້ໃຫ້ບໍລິການໂດຍຕົງຕາມໄລຍະເວລາຄືພາຍໃນ 30 (ສາມສິບ) ມື້ນັບແຕ່ມື້ທີ່ເຮັດລາຍການຊຳລະສິນຄ້າ ແລະ/ຫຼື ບໍລິການດັ່ງກ່າວບໍລິສັດຈະດຳເນີນການຍົກເລີກການ ເຮັດລາຍການຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການພາຍໃນ 7 (ເຈັດ) ມື້ລັດສະການຫຼັງຈາກທີ່ບໍລິສັດໄດ້ເຮັດການ ຍົກເລີກລາຍການບໍລິສັດຈະສົ່ງເງິນຄືນໃຫ້ແກ່ຜູ້ໃຊ້ບໍລິການໄປທີ່ຊ່ອງທາງທີ່ຜູ້ໃຊ້ບໍລິການເລືອກເປັນ source of funds ເທົ່ານັ້ນທັງນີ້ໃນກໍລະນີທີ່ບໍລິສັດບໍ່ສາມາດສົ່ງເງິນຄືນໄປທີ່ຊ່ອງທາງທີ່ຜູ້ໃຊ້ບໍລິການເລືອກໃຊ້ເປັນ Source of funds ດັ່ງກ່າວໄດ້ເຊັ່ນ: ບັນຊີທະນາຄານເປັນຕົ້ນຜູ້ໃຊ້ບໍລິການຕົກລົງ ແລະ ຮັບຮູ້ວ່າບໍລິສັດຈະດຳເນີນການສົ່ງເງິນຄືນ ເຂົ້າກະເປົ໋າເງິນຂອງຜູ້ໃຊ້ບໍລິການແທນໂດຍບໍລິສັດຈະດຳເນີນການສົ່ງເງິນຄືນໃຫ້ແລ້ວສຳເລັດພາຍໃນ 7 (ເຈັດ) ມື້ລັດ ຖະການຢ່າງໃດກໍຕາມໃນກໍລະນີທີ່ຊ່ອງທາງທີ່ຜູ້ໃຊ້ບໍລິການເລືອກໃຊ້ໃນການຊຳລະຄ່າສິນຄ້າ ຫຼື/ແລະ ບໍລິການເປັນ source of funds ອື່ນນອກເໜືອຈາກເງິນໃນກະເປົ໋າເງິນຂອງຜູ້ໃຊ້ບໍລິການຜູ້ໃຊ້ບໍລິການຮັບຮູ້ວ່າທະນາຄານ ຫຼື ສະ ຖາບັນທາງການເງິນ ຫຼື ຜູ້ໃຫ້ບໍລິການບັດເຄດິດ, ບັດເດບິດ, ບັດເອເລັກໂຕນິກຈະດຳເນີນການຍົກເລີກການເຮັດລາຍ ການຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການພາຍໃນ 5 (ຫ້າ) ເຖິງ 45 (ສີ່ສິບຫ້າ) ມື້ລັດຖະການທັງນີ້ຂຶ້ນຢູ່ ກັບນະໂຍບາຍການສົ່ງເງິນຄືນຂອງແຕ່ລະທະນາຄານ ຫຼື ສະຖາບັນທາງການເງິນ ຫຼື ຜູ້ໃຫ້ບໍລິການບັດເດບິດ, ບັດເຄດິດ, ບັດເອເລັກໂທນິກໃນກໍລະນີທີ່ກາຍໄລຍະເວລາທີ່ບໍລິສັດແຈ້ງຂ້າງເທິງໃຫ້ຜູ້ໃຊ້ບໍລິການຕິດຕໍ່ທະນາຄານ ຫຼື ສະຖາບັນການເງິນ ຫຼື ຜູ້ໃຫ້ບໍລິການບັດເຄດິດບັດ, ບັດເດບິດ, ບັດເອເລັກໂຕນິກລວມເຖິງຜູ້ໃຫ້ບໍລິການ source of funds ນັ້ນດ້ວຍຕົນເອງ
4.7.2 ໃນກໍລະນີທີ່ຜູ້ໃຊ້ບໍລິການເຮັດທຸລະກຳໂອນເງິນໃຫ້ແກ່ບັນຊີ EPS wallet ອື່ນລະຫວ່າງບຸກຄົນ (peer to peer) ສຳເລັດແລ້ວຜູ້ໃຊ້ບໍລິການຕົກລົງ ແລະ ຮັບຮູ້ວ່າບໍ່ສາມາດຍົກເລີການເຮັດລາຍການດັ່ງກ່າວໄດ້.
4.8 ຜູ້ໃຊ້ບໍລິການຮັບຮູ້ວ່າບໍລິສັດເປັນພຽງຜູ້ໃຫ້ບໍລິການໃນການອຳນວຍຄວາມສະດວກໃນການເຮັດທຸລະກຳດ້ວຍ source of funds ທີ່ເຊື່ອມກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການຕາມຄຳສັ່ງຂອງຜູ້ໃຊ້ບໍລິການເທົ່ານັ້ນ ທັງນີ້ບໍ່ຖືວ່າບໍລິສັດກະທຳການດັ່ງກ່າວໃນຖານະທະນາຄານ ຫຼື ສະຖາບັນການເງິນ ຫຼື ຜູ້ໃຫ້ບໍລິການບັດເຄດິດ, ບັດເດບິດ, ບັດເອັກໂຕນິກ ຫຼື ການໃຫ້ບໍລິການໃນການເຮັດທຸລະກຳດັ່ງກ່າວເປັນການດຳເນີນການເພື່ອໃຫ້ບໍລິການ ທາງການເງິນໃນການໃຫ້ບໍລິການຂອງບໍລິສັດບໍ່ຖືວ່າບໍລິສັດ (1) ໃຫ້ບໍລິການໂອນເງິນໂດຍຕົງໃຫ້ແກ່ຜູ້ໃຊ້ບໍລິການ ແລະ/ຫຼື (2) ການກະທຳທີ່ເປັນ (Trustee) ຜູ້ເບິ່ງແຍງຮັກສາແທນ ຫຼື ຜູ້ບໍລິຫານຜົນປະໂຫຍດໃນເງິນຂອງຜູ້ໃຊ້ ບໍລິການຫາກມີບັນຫາເກີດຂຶ້ນອັນເນື່ອງມາຈາກການໃຊ້ source of funds ແຕ່ລະປະເພດທີ່ຜູກກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການນອກເໜືອຈາກການເຮັດທຸລະກຳດ້ວຍເງິນຜູ້ໃຊ້ບໍລິການຕົກລົງຕິດຕໍ່ທະນາຄານ ຫຼື ສະຖາ ບັນການເງິນ ຫຼື ຜູ້ໃຫ້ບໍລິການບັດເຄດິດ,ບັດເດບິດ, ບັດເອເລັກໂຕນິກລວມເຖິງຜູ້ໃຫ້ບໍລິການ source of funds ນັ້ນ ແລະ/ຫຼື ດຳເນີນການແກ້ໄຂດ້ວຍຕົນເອງໂດຍບໍລິສັດບໍ່ມີສ່ວນກ່ຽວຂ້ອງທັງໝົດ.